Geomine Consultants Sole Co., LTD

ບໍລິສັດ ຈີໂອມາຍ ຄອນເຊົາທ໌ເທິນ ຈຳກັດຜູ້ດຽວ (GeoMine Consultants Sole Co.,LTD) ສ້າງຕັ້ງຂຶ້ນໃນຕົ້ນປີ 2022 ຖືວ່າເປັນບໍລິສັດໜຸ່ມໃນ ສປປ ລາວ ທີ່ໄດ້ຮັບການອະນຸຍາດຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ໃຫ້ເປັນບໍລິສັດທີ່ປຶກສາ ແລະ ບໍລິການທາງດ້ານການສຳຫຼວດທໍລະນີຟີຊິກ, ທໍລະນີສາດ, ທໍລະນີເຕັກນິກ ແລະ ທາງດ້ານບໍ່ແຮ່.  ບໍລິສັດ ຈີໂອມາຍ ຄອນເຊົາທ໌ເທິນ ຈຳກັດຜູ້ດຽວ ເປັນບໍລິສັດທີ່ເຕີບໂຕມາຈາກການຮ່ວມມືຂອງນັກວິຊາການ ແລະ ຜູ້ຊ່ຽວຊານດ້ານຕ່າງໆ ເຊັ່ນ: ນັກທໍລະນີຟີຊິກ, ນັກທໍລະນີສາດ ແລະ ນັກວິສະວະກອນບໍ່ແຮ່.
 
         ບໍລິສັດ ຈີໂອມາຍ ຄອນເຊົາທ໌ເທິນ ຈຳກັດຜູ້ດຽວ ເປັນຄູ່ຮ່ວມງານຂອງບໍລິສັດທີ່ປຶກສາທາງດ້ານທໍລະນີຟີຊິກໃນລະດັບສາກົນເຊັ່ນ: ບໍລິສັດ Austhai Geophysical Consultants. ເຊິ່ງທາງບໍລິສັດໄດ້ສະໜັບສະໜູນພວກເຮົາດ້ວຍການໃຫ້ຄຳປຶກສາທາງດ້ານເຕັກນິກ, ອຸປະກອນສຳຫຼວດທໍລະນີຟີຊິກ, ການປະມວນຜົນ ແລະ ວິເຄາະຂໍ້ມູນ ແລະ ການຝຶກອົບຮົມດ້ານເຕັກນິກວິຊາການ ແລະ ເປັນຕົວແທນໃນການບໍລິການຕ່າງໆໃນປະເທດລາວ ແລະ ຕ່າງປະເທດ.
 
          ທີມງານຂອງພວກເຮົາມີປະສົບການດ້ານການໃຫ້ບໍລິການ ແລະ ສັນຍາຮ່ວມມືກັບບໍລິສັດຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ໃນ ສປປ ລາວ ເຊັ່ນ: ບໍລິສັດ ພູເບຍມາຍນິງ ຈຳກັດ ແລະ ບໍລິສັດຂຸດຄົ້ນບໍ່ແຮ່ຂະໜາດນ້ອຍຫຼາຍກວ່າ 20 ບໍລິສັດໃນປະເທດລາວ.