|
ການປະຕິບັດງານຂອງຄະນະກວດກາສູນກາງພັກ, ໂດຍສົມທົບກັບຄະນະນຳກະຊວງ-ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະກວດກາແຕ່ລະຂັ້ນ. ເຊິ່ງພົ້ນເດັ່ນແມ່ນການກວດກາລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນຳໃຊ້ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດແຮ່ທາດ ແລະ ອື່ນໆນັບແຕ່ປີ 2016 ເຖິງປັດຈຸບັນ. ໃນນັ້ນກວດກາທັງໝົດ 4,185 ເປົ້າໝາຍ ພົບຜົນເສຍຫາຍທັງໝົດ 8,370 ຕື້ກີບ ແລະ 50.22 ລ້ານໂດລາສະຫະລັດ.
ຂໍ້ມູນດັ່ງກ່າວ, ຖືກນຳຂື້ນລາຍງານຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ສຳລັບກະຊວງ-ອົງການອ້ອມຂ້າງສູນກາງ, ເຊິ່ງເປີດຈຂື້ນໃນວັນທີ 19 ເມສາ 2022 ທີ່ສະໂມສອນໃຫຍ່ຫ້ອງວ່າກາງສູນກາງພັກ.
ໃນໄລຍະຜ່ານມາ ໄດ້ດຳເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ ແລະ ຕາມການສະເໜີຂອງພົນລະເມືອງ. ຊຶ່ງສະເເດງໃຫ້ເຫັນເຖິງຜົນເສຍຫາຍຕາມທີ່ລະບຸມາຂ້າງເທິງນັ້ນ, ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1,562 ຕື້ກີບ; 3.55 ລ້ານໂດລາ ແລະ 11.16 ລ້ານບາດ.