|
ທ່ານ ບຸນປອນ ບຸດຕະນະວົງ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ສະເໜີບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມ ກວດກາການຈັດຕັ້ງປະຕິບັດກົດໝາຍກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ (ການຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຫີນຜາ ຫີນແຮ່ ແລະ ຊາຍ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 1 ກໍລະກົດ 2020.
ໃນການລາຍງານຄັ້ງນີ້ ທ່ານ ບຸນປອນ ບຸດຕະນະວົງໄດ້ຜ່ານບົດລາຍງານກ່ຽວກັບການຕິດຕາມກວດກາ ເຊິ່ງໄດ້ສະເໜີໃຫ້ເຫັນເຖິງຫຼາຍບັນຫາທີ່ເກີດຂື້ນໃນວຽກງານແຮ່ທາດໃນປະເທດລາວ ໂດຍສະເພາະ ແມ່ນການເຮັດວຽກຂອງໜ່ວຍງານທີ່ກ່ຽວຂ້ອງ ແລະ ລະເມີດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ ລົງວັນທີ 2 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງກິດຈະການ ແຮ່ທາດໃນສປປ ລາວ ເຊັ່ນ: ກິດຈະການຂຸດຄົ້ນຫີນແຮ່-ຊາຍ ແລະ ແຮ່ຕ່າງໆ ທີ່ແຂວງວຽງຈັນ, ການຂຸດຄົ້ນຄໍາຕົກຂ້ອນ ຢູ່ແຂວງອັດຕະປື ແລະ ໂຄງການອື່ນໆອີກ ໃນທົ່ວປະເທດລາວ.